Video


Gakken Classroom CM


Gakken Classroom ແມ່ນຫຍັງ?


ເຈົ້າຮຽນເປັນແນວໃດທີ່ Gakken Classroom?
About Gakken Classroom

Gakken Classroom ສົ່ງເສີມຄວາມສາມາດ ແລະ ທັກສະທີ່ຈຳເປັນສຳລັບຍຸກທີ່ຈະມາເຖິງນີ້.
Gakken Classroom ແບຣນ ຖືກສ້າງຂຶ້ນໃນປີ 1980 ດ້ວຍຄວາມປາດຖະໜາອັນແຮງກ້າທີ່ຈະຊ່ວຍໃຫ້ ເດັກນ້ອຍມີ ຄວາມໝັ້ນໃຈໃນຕົວເອງ ແລະ ຄວາມສຸກໃນການຮຽນ. ປັດຈຸບັນ Gakken Classroom ມີສູນ ການຮຽນຮູ້ຫຼາຍກວ່າ 15,000 ແຫ່ງ ແລະ ມີສະມາຊິກຫຼາຍກວ່າ 420,000 ຄົນທີ່ກໍາລັງຮຽນຢູ່. ຕ່ໍໜ້າ ຄວາມຮຽກຮ້ອງຕ້ອງການໃນການປ່ຽນແປງດ້ານການສຶກສາ ແລະ ເພື່ອຕອບສະໜອງຄໍາຮ້ອງຂໍຈາກຕ່າງ ປະເທດ, ພວກເຮົາກ່ໍໄດ້ເລີ່ມຂະຫຍາຍໄປຫຼາຍປະເທດໃນປີ 2014.
ການຊອກຫາການສຶກສາທີ່ເໝາະສົມກັບຍຸກທີ່ກຳລັງຈະມາເຖິງນີ້, ຜູ້ຄົນທ່ວົ ໂລກຮຽກຮ້ອງໃຫ້ມີການສຶກສາ
ທີ່ບ່ໍພຽງແຕ່ສົ່ງເສີມ ທັກສະທີ່ສາມາດເບິ່ງເຫັນໄດ້ເຊັ່ນ: ຄະແນນເສັງ, ແຕ່ຍັງສົ່ງເສີມທັກສະທີ່ບ່ໍສາມາດເບິ່ງ ເຫັນໄດ້ທີ່ບ່ໍສາມາດວັດຈາກຕົວເລກເຊັ່ນ: logical thinking skills, ຄວາມສຸກໃນການໃຊ້ຊີວິດ, ແ ຮງຈູງ ໃຈ, ທັດສະນະຄະຕິໃນການຮຽນຮູ້ ລວມໄປເຖິງສິລະທຳ. ການພັດທະນາເຕັກໂນໂລຢີ ແລະ ໂລກາວິວັດເຮັດໃຫ້ ພວກເຮົາມີໂອກາດໃໝ່ໆ. ໃນທາງກົງກັນຂ້າມ, ການປ່ຽນແປງທີ່ວ່ອງໄວມັກຈະມາພ້ອມກັບຄວາມບ່ໍແນ່ນອນ. ໃນຍຸກທີ່ກຳລັງຈະມາເຖິງນີ້, ພວກເຮົາຈໍາເປັນຕ້ອງມີທັກສະທີ່ບ່ໍສາມາດເບິ່ງເຫັນໄດ້ເຊັ່ນ: logical thinking skills, ທັກສະໃນການແກ້ໄຂບັນຫາ ແລະ ສະມາທິຫຼາຍກວ່າທີ່ເຄີຍ.
Background
ຍຸກທີ່ຈະມາເຖິງນີ້
ກ້າວສູ່ຍຸກໃໝ່
ເປີດກວ້າງຂອບເຂດຂອງທ່ານ
ມາລອງຄິດເຖິງອະນາຄົດ

Singularity ໃນປີ 2045
ພາຍໃນປີ 2045, ການພັດທະນາຂອງ AI ຈະຮອດຈຸດທີ່ປັນຍາປະດິດເກີນກວ່າປັນຍາຂອງມະນຸດ, ເຊິ່ງເອີ້ນວ່າ Singularity.
ນີ້ອາດຈະຄ້າຍຄືບາງສິ່ງບາງຢ່າງຈາກຮູບເງົາ, ແຕ່ວ່າ AI ແລະ ຄອມພິວເຕີ້ ສາມາດຮອງຮັບ ຫືຼ ເໜືອກວ່າມະນຸດດ້ວຍການວິທີການເຮັດວຽກບາງຢ່າງ ເຊິ່ງມະນຸດບ່ໍສາມາດເທົ່າທຽມກັບ AI ໃນແງ່ຂອງຄວາມສາມາດໃນຄວາມຊົງຈຳ ແລະ ຄວາມໄວໃນການຄຳນວນ.
ອັນຕະລາຍຈາກການເຮັດວຽກອັດຕະໂນມັດ 47% ຂອງອາຊີບທັງໝົດ.
ຄວາມຕ້ອງການຂອງສັງຄົມດ້ານຊັບພະຍາກອນມະນຸດໃນຂົງເຂດ AI ແລະ ຂະແໜງ STEM (Science, Technology, Engineering and Maths) ກໍາລັງເຕີບໃຫຍ່ຂະຫຍາຍຕົວ. ກົງກັນຂ້າມ, ໄດ້ມີການຄາດ ຄະເນວ່າແຮງງານ ແລະ ວຽກທີ່ສຸມໃສ່ການປະມວນຜົນຂ້ໍມູນຂ່າວສານຈະຖືກຄອບຄອງໂດຍຄອມພິວເຕີ ແລະ ຫຸ່ນຍົນ. ມີບົດລາຍງານຢູ່ສະຫະລັດອາເມລິກາວ່າ 47% ຂອງວຽກຈະກາຍເປັນອັດຕະໂນມັດ ໃນອີກ 20 ປີ
ການສຶກສາໃນສັດຕະວັດທີ 21

ທັກສະທີ່ຈະປະສົບຜົນສຳເລັດໃນຍຸກດິຈິຕ້ອນ
ຍ້ອນການປ່ຽນແປງຂອງຄວາມຮຽກຮ້ອງຕ້ອງການຂອງສັງຄົມຕ່ໍກຳລັງແຮງງານ, ການສຶກສາກ່ໍກຳລັງ ມີການປ່ຽນແປງ.
ໃນບັນດາປະເທດທີ່ພັດທະນາລະດັບແຖວໜ້າ, ຈຸດສຸມຂອງການສຶກສາແມ່ນກຳລັງປ່ຽນ ຈາກທັກສະທີ່ເບິ່ງເຫັນ ຂອງສັດຕະວັດທີ 20 ເຊັ່ນ: ທັກສະການຄິດໄລ ່ແລະ ການຈື່ຈຳ, ໄປສູ່ non- cognitive skills ເຊັ່ນ: logical thinking, ການແກ້ໄຂບັນຫາ, ຄວາມຄິດສ້າງສັນ, ຍຸດທະສາດການ ຮັບຮູ້, ການເຮັດວຽກເປັນທີມ ແລະ ຄວາມເຫັນອົກເຫັນໃຈ.
ໃນຍຸກທີ່ກຳລັງຈະມາເຖິງ, ຄວາມຕ້ອງການແມ່ນສະເພາະບຸກຄົນທີ່ສາມາດເຮັດວຽກກັບຄົນໃນວັດທະນະທຳ ແລະ ເຫັນຄຸນຄ່າຂອງລະບົບທີ່ແຕກຕ່າງກັນ ເພື່ອຮັບມືກັບບັນຫາທີ່ບ່ໍມີໃຜຮູ້ຄຳຕອບ ແລະ ສ້າງຄຸນຄ່າ ແລະ ວິທີແກ້ໄຂໃໝ່.
Our Philosophy
Gakken Classroom ສົ່ງເສີມຄວາມສາມາດທີ່ຈະປະສົບຜົນ ສຳເລັດໃນໂລກ ໃນຖານະຜູ້ໃຫຍ່ ທີ່ມີທັດສະນະຄະຕິທີ່ຖືກຕ້ອງ, ສວຍງາມ ແລະ ມີຈິດໃຈອັນເປັນສະມາຊິກທີ່ໂດດເດັ່ນ ໃນສັງຄົມໂລກ.

Joy of Learning
Self-confidence
Zest for Living
ເພື່ອຮັບປະກັນວ່າເດັກນ້ອຍໄດ້ປະສົບກັບ ຄວາມສຸກໃນການຮຽນຮູ້ ແລະ ມີຄວາມໝັ້ນໃຈໃນຕົນເ ອງ, ຈັງຫວະການຮຽນຈຶ່ງໄດ້ຖືກປັບແຕ່ງຕາມຄວາມສາມາດຂອງເດັກແຕ່ລະຄົນ. ສິ່ງນີ້ຊ່ວຍໃຫ້ມີການໄດ້ມາ ຂອງຄວາມສາມາດທາງດ້ານວິຊາການ. ທັກສະ ແລະ ຄວາມໝັ້ນໃຈຜ່ານການຮຽນທີ່ກະຕືລືລົ້ນນັ້ນຈະກາຍ ເປັນທັກສະຊີວິດທີ່ມີຄຸນຄ່າສຳລັບພວກເຂົາ.
Guidance Principles

Visible and invisible skills
ປາດຖະໜາໃຫ້ຄວາມເຕີບໃຫຍ່ທາງດ້ານຈິດໃຈ ທ ັດສະນະຄະຕິ ແລະ ຄວາມສາມາດທາງວິຊາການທີ່ສົມດຸນ ໂດຍມີທັງ ຄະຕິ ຫັຼກການສອນທີ່ຖືກອອກແບບມາເພື່ອເຂົ້າໃຈ Philosophy visible and invisible skills.
Visible Skills
ສ້າງຄວາມສາມາດທາງວິຊາການຂັ້ນພື້ນຖານ ໃນທາງ Maths ທີ່ ຫ້ອງຮຽນລະດັບໂລກ.

Invisible Skills
ພັດທະນາທັກສະຂອງສັດຕະວັດທີ 21 ເຊັ່ນ logical thinking skills ແລະ ທັກສະການແກ້ໄຂບັນຫາ.
Self-learning skills
ສົ່ງເສີມທັດສະນະຄະຕິ ແລະ ທັກສະໃນການຮຽນຮູ້ດ້ວຍຕົນເອງ ເປັນລາຍບຸກຄົນຕາມຄວາມສາມາດ ແລະ ລັກສະນະຂອງເດັກແຕ່ລະຄົນ.

Tokuiku 徳育
ໃຫ້ຄຸນຄ່າກັບການສື່ສານ, ໃຫ້ພວກເຂົາຮຽນຮູ້ກົດລະບຽບຂອງສັງຄົມ ແລະ ຮັບປະກັນການສຶກສາ ທີ່ມີຄວາມຮອບດ້ານ, "ສະຕິປັນຍາ, ອາລົມ ແລະ ຄວາມສະໝັກໃຈ"

01 Visible and Invisible Skills
ໃນ Gakken Classroom, ເດັກນ້ອຍຮຽນຮູ້ຫຼາຍກວ່າວິທີການເພື່ອ ໄດ້ຄໍາຕອບທີ່ຖືກຕ້ອງ.
ຜ່ານການກວດແກ້ຂ້ໍຜິດຂອງເຂົາເຈົ້າ ດ້ວຍການທົດລອງ ແລະ ຄວາມ ຜິດພາດ, ເດັກນ້ອຍຈະພັດທະນາ ຄວາມອົດທົນ, ສະມາທິ ແລະ ຄວາມພະຍາຍາມ, ເຊິ່ງນໍາໄປສູ່ຄວາມມີມານະທາງຈິດໃຈ ແລະ ຄວາມສາມາດໃນການປັບຕົວເຂົ້າກັບສະຖານະການ.
ເດັກນ້ອຍຮຽນຮູ້ກ່ຽວກັບການຄວບຄຸມຕົນເອງ ແລະ ການເຮັດວຽກເປັນ ທີມດ້ວຍການຍຶດໝັ້ນໃນກົດລະບຽບຂອງ Gakken Classroom ຢ່າງເຂັ້ມງວດ ເປັນດັ່ງພວກເຂົາໄດ້ຄວບຄຸມກິດຈະກໍາການຮຽນ ຂອງຕົນເອງ.
ທັກສະທີ່ເບິ່ງບ່ໍເຫັນເຫົຼ່ານີ້ຖືກກ່າວໄວ້ວ່າ ຈະຢູ່ກັບເດັກ ຕະຫຼອດໄປ ເມື່ອໄດ້ຮັບມັນແລ້ວ ແລະ ມັນຈະປະກອບສ່ວນໂດຍກົງ ຕ່ໍຄວາມສຳເລັດໃນໄວຜູ້ໃຫຍ່.
ເພື່ອສົ່ງເສີມທັກສະທີ່ຈໍາເປັນຕ່ໍຄວາມສໍາເລັດໃນໂລກທີ່ກໍາລັງປ່ຽນແປງ ຢ່າງວ່ອງໄວ, Gakken Classroom ຈຶ່ງມຸ່ງໝັ້ນສະໜອງທັງ visible ແລະ invisible skills ທີ່ສົມດຸນໃຫ້ແກ່ເດັກນ້ອຍ.
Non-cognitive skills ທີ່ໄດ້ຮັບຄວາມສົນໃຈໄປທົ່ວໂລກແມ່ນຫຍັງ ?
Cognitive skills (ທັກສະທີ່ເບິ່ງເຫັນ) ແມ່ນທັກສະທີ່ສາມາດວັດໄດ້ຈາກຕົວເລກ;
ໂດຍທົ່ວໄປແລ້ວ ສາມາດວັດຕາມຜົນທີ່ໄດ້ຮັບ. ໃນທາງກົງກັນຂ້າມ non-cognitive skills (ທັກສະທີ່ເບິ່ງບ່ໍເຫັນ) ບ່ໍສາມາດເກັບກຳໂດຍຜ່ານຕົວເລກ ແລະ ຄວາມສຳຄັນແມ່ນບ່ໍໄດ້ມີແຕ່ຜົນໄດ້ຮັບແຕ່ຍັງລວມ ເຖິງຂັ້ນຕອນທີ່ນຳພາໄປສູ່ຜົນໄດ້ຮັບ. ທັກສະເຫົຼ່ານີ້ແມ່ນຊຸດທັກສະທີ່ສາມາດເສີມສ້າງ ອະນາຄົດຂອງເດັກນ້ອຍ.
Non-cognitive skills (ທັກສະທີ່ເບິ່ງບ່ໍເຫັນ) ລວມມີ ສະມາທິໃນການຈົດຈ່ໍ, ຄວາມອົດທົນພະຍາຍາມ,
ຄວາມໝັ້ນໃຈ, ການເຫັນຄຸນຄ່າໃນໂຕເອງ, ຄວາມເປັນຜູ້ນຳ, ການຄົ້ນຄິດດ້ວຍໂຕເອງ, ຄວາມເຫັນ ອົກເຫັນໃຈຕ່ໍຜູ້ອື່ນ ແລະ ອື່ນໆ. ສາມາດເອົາຄຳເຫົຼ່ານີ້ມາລວມກັນແລ້ວເອີ້ນໄດ້ວ່າ: “ຄຸນນະພາບຂອງມະນຸດ” ຫືຼ “ທັກສະໃນການໃຊ້ຊີວິດ”.
ມີຄວາມເປັນໄປໄດ້ທີ່ຈະສ້າງ non-cognitive skills ເມື່ອເປັນຜູ້ໃຫຍ່, ແຕ່ໂດຍຄວາມເຊື່ອສ່ວນໃຫຍ່ ທັກສະນີ້ສາມາດຈະເລີນເຕີບໂຕໄດ້ໃນຊ່ວງອາຍຸ 10 ປີ. ຂອບໃຈຂ້ໍມູນໃໝ່ໆເຫົຼ່ານີ້ທີ່ເຮັດໃຫ້ຮູ້ວ່າ non-cognitive skills ກໍາລັງຮວບຮວມຄວາມສົນໃຈຂອງຄົນຈາກທົ່ວໂລກຫຼາຍຂຶ້ນເລື້ອຍໆ.


ມະນຸດສໍາພັນ
ກັບຄູໃນໂຮງຮຽນ, ໝູ່ໃນໂຮງຮຽນ, Gakken Classroom's Sensei, ຜູ້ປົກຄອງ, ຄອບຄົວ, ຄົນໃນຊຸມຊົນ
ສາມາດເຂົ້າກັບຄົນອື່ນໄດ້

ເຮັດວຽກສູ່ເປົ້າໝາຍໃດໜຶ່ງ

ຄວບຄຸມອາລົມຂອງໂຕເອງ

02 Self-learning Skills
ຄວາມສຳຄັນຂອງບາງສິ່ງບ່ໍປ່ຽນແປງໄປຕາມການເວລາ
ເຊັ່ນດຽວກັບ “ພະລັງງານຂັບເຄື່ອນຊີວິດ” ຂອງເດັກນ້ອຍ.
ຄວາມລັບຂອງ Gakken Classroom ແມ່ນການຖ່າຍທອດ “Self-Learning skills” ຜ່ານ Learning worksheets ແລະ learning methods ທີ່ຖືກອອກແບບມາ ເພື່ອໃຫ້ເດັກນ້ອຍສາ ມາດຮຽນຮູ້ໄດ້ ຕ່ໍເນື່ອງ ແລະ ດ້ວຍຄວາມຕັ້ງໃຈຂອງພວກເຂົາເອງ, ພ້ອມ ທັງມີ “Sensei” ທີ່ຈະຕິດຕາມເບິ່ງຄວາມພະຍາຍາມໃນການ ຮຽນ ຂອງພວກເຂົາ.

Learning Worksheets
ໂດຍການຮຽນຮູ້ຂະບວນການຄິດທີ່ຢູ່ເບື້ອງຫັຼງການແກ້ໄຂບັນຫາ ແລະ ອີງຕາມຄວາມສາມາດ
ທາງວິຊາການຫັຼກ, ເດັກນ້ອຍຈະໄດ້ຮັບ ທັກສະການຄິດແບບມີເຫດຜົນ ພ້ອມກັບຄວາມສາມາດ ໃນ ການປັບຕົວ ແລະ ນຳໃຊ້ຄວາມຮູ້ຂອງພວກເຂົາເຂົ້າໃນການແກ້ບັນຫາໃນຕົວຈິງ.

“Guide Boxes” ຈະຊ່ວຍໃຫ້ເດັກນ້ອຍ ເຂົ້າໃຈປະເດັນຂອງ ເນື້ອໃນ ເນື່ອງຈາກ ມີການອະທິບາຍ ທີ່ເຂົ້າໃຈງ່າຍ.

ບັນຫາໃນບົດເຝິກຫັດ ມີການກ່ຽວພັນກັນກັບ Guide Boxes ເພື່ອ ເຮັດໃຫ້ເດັກນ້ອຍ ເຂົ້າໃຈເນື້ອໃນນັ້ນ.
Learning Methods

ລະບົບການຮຽນຮູ້ແບບມີສ່ວນຮ່ວມທີ່ເດັກນ້ອຍຈະໄດ້ອ່ານໜັງສື, ຄິດ ແລະ ແກ້ໄຂແຕ່ລະບັນຫາດ້ວຍຕົວເຂົາເອງຕາມລະດັບຄວາມສາມາດຂອງຕົນເອງ.
Learning Worksheet ຊຶ່ງເໝາະສົມກັບຄວາມກ້າວໜ້າໃນການຮຽນຮູ້ຂອງແຕ່ລະຄົນ ແລະ ບ່ໍໄດ້ສຸມໃສ່ພຽງແຕ່ “ການໄດ້ຮັບຄຳຕອບທີ່ຖືກຕ້ອງ” ແຕ່ຍັງຕ້ອງ “ມີຄວາມເຂົ້າໃຈໄປນຳ”.
ເດັກນ້ອຍຈະມີນິໄສການຮຽນຮູ້ທີ່ດີ ດ້ວຍການມາ Gakken Classroom ອາທິດລະ 2 ຄັ້ງ
ແລະ ຮຽນຜ່ານ learning worksheet ຢູ່ເຮືອນໃນມື້ທີ່ບ່ໍໄດ້ມາຮຽນ. ນອກຈາກນີ້ ການຮຽນ
learning worksheets ຊ້ຳ ຈາກທີ່ພວກເຂົາໄດ້ເຮັດໃນ Gakken Classroom ມາເປັນ
homework ຈະເຮັດໃຫ້ພວກເຂົາມີຄວາມເຂົ້າໃຈຫຼາຍຂື້ນ.
ເດັກນ້ອຍຈະໄດ້ພັດທະນາທັກສະການອ່ານ ແລະ ທັກສະການອ່ານເພື່ອຈັບໃຈຄວາມ ດ້ວຍການຂີດກ້ອງ ແລະ ອ່ານອອກສຽງດັງ ໃນແຕ່ລະປະໂຫຍກຂອງ Guide Boxes. ທັກສະການອ່ານເພື່ອຈັບໃຈຄວາມເປັນພື້ນຖານຂອງທຸກວິຊາ ແລະ ເປັນພື້ນຖານຂອງ ການ ຄິດ.
Gakken Classroom's Sensei
ບົດບາດຂອງ “Sensei” ບ່ໍໄດ້ຖືກຈຳກັດຢູ່ທີ່ການຊ່ວຍເຫືຼອໃຫ້ເດັກນ້ອຍພັດທະນາຄວາມສາມາດ ທາງວິຊາການ (visible skills) ເທົ່ານັ້ນ, ແຕ່ຍັງຊ່ວຍໃຫ້ພວກເຂົາໄດ້ຮັບຊຸດທັກສະທີ່ສົມດຸນ ລວມທັງ invisible skills ເຊັ່ນ: ສະມາທິ, ຄວາມອົດທົນ ແລະ ແຮງຈູງໃຈ.
Gakken Classroom’s “Sensei” ເປັນຜູ້ຊ່ຽວຊານໃນການໃຫ້ຄຳບອກໄບ້ ບ່ໍແມ່ນໃຫ້ຄຳຕອບ.
Gakken Classroom’s Sensei ບ່ໍພຽງແຕ່ສອນ maths ເທົ່ານັ້ນ, ແຕ່ຍັງສອນຂະບວນການ ທີ່ຢູ່ເບື້ອງຫັຼງການແກ້ບັນຫາ. ດ້ວຍຄຳແນະນຳສະເພາະບຸກຄົນຊຶ່ງຈະໄດ້ປັບຕາມຄວາມກ້າວຫນ້າ ໃນການຮຽນຮູ້ ແລະ ຕາມລະດັບຄວາມສາມາດຂອງເດັກນ້ອຍແຕ່ລະຄົນ. ເຊິ່ງເປັນສິ່ງທີ່ຍາກທີ່ ຈະປະສົບຜົນສຳເລັດດ້ວຍການສອນແບບກຸ່ມ. ເພາະເດັກນ້ອຍຮຽນຮູ້ທີ່ຈະແກ້ບັນຫາດ້ວຍຕົນເອງ.
03 Tokuiku
Gakken Classroom ຊ່ວຍໃຫ້ເດັກນ້ອຍເປັນຄົນທີ່ມີຄວາມ ຮັບຜິດຊອບຕ່ໍສັງຄົມເຊິ່ງປະກອບມີມະໂນທຳ ແລະ ຄວາມເຫັນອົກເຫັນໃຈຕ່ໍຜູ້ອື່ນ.
Gakken Classroom ບ່ໍພຽງແຕ່ເສີມສ້າງຄວາມສາມາດທາງ ວິຊາການເທົ່ານັ້ນແຕ່ຍັງລວມເຖິງສິລະທຳທີ່ເປັນພື້ນຖານຕ່ໍບຸກຄົນ ທີ່ສາມາດໃຊ້ຊີວິດດ້ວຍຄວາມປອງດອງ ແລະ ໃຊ້ຊີວິດໄດ້ເຕັມທີ່. ພວກເຮົາເຊື່ອວ່າ ພວກເຮົາມັກຈະລະເລີຍ ຄວາມສາມາດໃນການເຮັດ ໃນສິ່ງໃດໜຶ່ງດ້ວຍສາມັນສຳນຶກ, ແຕ່ການເຮັດວຽກເທື່ອລະເລັກລະໜ້ອຍ ໃນແຕ່ລະມື້ຈົນນຳໄປສູ່ເປົ້າໝາຍ, ມາລະຍາດທີ່ດີ ແລະ ການມີສະຕິ ຕ່ໍຜູ້ອື່ນຈະເປັນປະໂຫຍດກັບຫຼາຍເຫດການໃນອະນາຄົດຂອງເດັກນ້ອຍ. ເປົ້າໝາຍຂອງພວກເຮົາບ່ໍແມ່ນເຮັດພຽງແຕ່ໃຫ້ໄດ້ຄະແນນ 100 (ໄດ້ຮັບຄຳຕອບທີ່ຖືກຕ້ອງ), ແຕ່ເປັນ invisible skills ທີ່ຈຳເປັນຕ້ອງ ເຮັດວຽກຢ່າງຕ່ໍເນື່ອງ ແລະ ຕັ້ງໃຈຈົນກວ່າຈະສຳເລັດ.
What is Tokuiku?

Tokuiku (ສິລະທໍາການສຶກສາ) ໝາຍເຖິງ “ການສ້າງບຸກຄະລິກເພື່ອແນ່ໃສການພັດທະນາ ຄຸນະພາບທີ່ຕອບສະໜອງອຸດົມການຂອງບຸກຄົນໃນສັງຄົມ.”
ມັນເປັນຮາກຖານສຳລັບການສຶກສາທີ່ມີຈຸດມຸ່ງໝາຍເພື່ອຍົກລະດັບບຸກຄົນໃຫ້ມີ ຄວາມສົມດຸນ ທັງຄວາມຮູ້, ສິລະທຳ ແລະ ຮ່າງກາຍ.
ຕົວຢ່າງຂອງ Tokuiku
ການຈັດລະບຽບເກີບຕົນເອງ
ການຈັດລະບຽບເກີບຂອງຕົນເອງ ແມ່ນຄືກັນກັບການຈັດລະບຽບ ຄວາມຄິດ ເຊິ່ງນຳໄປສູ່ການ ມີຈິດສຳນຶກ ແລະ ເຮັດໃຫ້ ຜູ້ອື່ນທີ່ເຂົ້າມານຳຫັຼງ ສາມາດວາງເກີບໄດ້.

ການຮຽນດ້ວຍທ່າທາງທີ່ຖືກຕ້ອງ
ການຮັກສາທ່າທາງທີ່ຖືກຕ້ອງ ໃນຂະນະທີ່ຮຽນຈະຊ່ວຍໃຫ້ ຈິດໃຈປອດໂປ່ງ ແລະ ມີສະມາທິ.

ລຽນແຖວຕາມລຳດັບ
ການຢູ່ໃນລະບຽບໝາຍເຖິງ ການຄວບຄຸມຄວາມຕ້ອງການ ຂອງໂຕເອງ ແລະ ນຳໄປສູ່ ການຄວບຄຸມໂຕເອງໄດ້ດີ.

ອະນາໄມໂຕະຂອງຕົນເອງເມື່ອຮຽນແລ້ວ
ການອະນາໄມຈະນຳໄປສູ່ ການຄິດເຖິງຄົນອື່ນ ໃຫ້ໄດ້ເຂົ້າມາໃຊ້ຕ່ໍ ແລະ ຄິດເຖິງຄົນອ້ອມຂ້າງ.


About Gakken

ແຕ່ປ ີ 1946
ພາຍໃຕ້ຄວາມເຊື່ອໝັ້ນຢ່າງແຮງກ້າ ຂອງທ່ານ Hideto Furuoka ຜູ້ກ່ໍຕັ້ງບໍລິສັດຂອງພວກເຮົາ, "ຍີ່ປຸ່ນບ່ໍມີເສັ້ນທາງສູ່ການຟື້ນຟູຫັຼງສົງຄາມ ຖ້າ ປາສະຈາກການສຶກສາ", Gakken ເປັນບໍລິສັດ ຊັ້ນນຳໃນການສຶກສາ ທີ່ສະໜັບສະໜູນການສຶກສາ ຂອງປະເທດຍີ່ປຸ່ນ ແຕ່ປີ 1946 ພາຍຫັຼງສົງຄາມໂລກ ຄັ້ງທີ II, ຮອດປັດຈຸບັນແມ່ນເປັນເວລາ 70 ກວ່າປີແລ້ວ.
ນອກເໜືອໄປຈາກການເຮັດທຸລະກິດໃນຫ້ອງຮຽນ ແລະ ໂຮງຮຽນສອນພິເສດແລ້ວ ຍັງມີສ່ວນກ່ຽວຂ້ອງກັບປຶ້ມ ຕຳລາຮຽນ, ປື້ມອ້າງອີງ ແລະ ສື່ສິ່ງພິມສໍາລັບການລ້ຽງ ເດັກນ້ອຍ ພ້ອມທັງເຄື່ອງຫິຼ້ນເພື່ອການສຶກສາ ແລະ ທຸລະກິດເບິ່ງແຍງຜູ້ສູງອາຍຸ.
ຍິ່ງກວ່ານັ້ນ, ໂດຍນຳໃຊ້ຄວາມຮູ້ທີ່ມັນໄດ້ສະສົມມາ ເປັນເວລາຫລາຍປີ, ປະຈຸບັນ Gakken ກຳລັງຊຸກຍູ້ ວິທີການສ້າງຄຸນຄ່າຂອງລູກຄ້າເປັນໃຈກາງ, ໃນຂົງ ເຂດການສຶກສາ ແລະ ສະຫວັດດີການການແພດ.
ຂ້ໍຄວາມຂອງຜູ້ກ່ໍຕັ້ງ
Gakken ແມ່ນບໍລິສັດຈັດພິມ, ສະນັ້ນ ຈຶ່ງມີບົດບາດໃນການສ້າງປຶ້ມ ແລະ ວາງໄວ້ໃນຮ້ານເທົ່ານັ້ນ. ເຊິ່ງບ່ໍມີທາງທີ່ຈະຮູ້ວ່າມີຫຍັງເກີດຂື້ນເມື່ອລູກຄ້າອ່ານສິ່ງເຫົຼ່ານັ້ນ. ເຖິງຢ່າງໃດກ່ໍຕາມ, ຫ້ອງຮຽນບ່ໍໄດ້ສິ້ນສຸດ ດ້ວຍການສ້າງອຸປະກອນການຮຽນ, ແຕ່ເລີ່ມຕົ້ນດ້ວຍການນຳໃຊ້ອຸປະກອນທີ່ມີຢູ່. ບ່ອນທີ່ກາຍເປັນສະຖານທີ່ ແຫ່ງການສຶກສາ, ປະກອບສ່ວນເຂົ້າໃນການຮຽນຮູ້ຂອງເດັກນ້ອຍ ແລະ ກາຍເປັນສິ່ງສຳຄັນໃນຊີວິດປະຈຳວັນ, ຄືກັບເຮືອນ ແລະ ໂຮງຮຽນຂອງພວກເຂົາ.
Gakken Classroom ເຂົ້າຮ່ວມເປັນຊຸມຊົນທ້ອງຖິ່ນ ແລະ ສະໜອງສະຖານທີ່ໃຫ້ Sensei ກັບ ເດັກນ້ອຍ, ເດັກນ້ອຍ ກັບ ເດັກນ້ອຍ, Sensei ກັບ ຜູ້ປົກຄອງ, ແລະ ຜູ້ຄົນໄດ້ມີໂອກາດພົບປະ ແລະ ຮຽນຮູ້ ເຊິ່ງກັນ ແລະ ກັນ.
ແຮງບັນດານໃຈ ແລະ ຈິດວິນຍານທາງການສຶກສາຂອງ ທ່ານ Hideto Furuoka, ຜູ້ກ່ໍຕັ້ງບໍລິສັດ ຄົງຢູ່ໃນ Gakken Classroom.
*ໃນປະເທດຍີ່ປຸ່ນ ຄູຖືກເອີ້ນວ່າ “Sensei”, ເຊິ່ງ Sensei ບ່ໍພຽງແຕ່ສອນວິຊາຮຽນເທົ່ານັ້ນ, ແຕ່ຍັງສອນກົດລະບຽບ ແລະ ສິລະທໍາ.


